ສະມາຄົມອະດີດນັກສຶກສາລາວ ຈາກປະເທດຍີ່ປຸ່ນ (JAOL)

About Fundraising Campaignການລະດົມທຶນ ຮ່ວມແຮງຮ່ວມໃຈ ຕ້ານໄພໂຄວິດ-19

ໃນນາມປະທານສະມາຄົມອາດີດນັກສຶກສາລາວຈາກຍີ່ປຸ່ນ ຂໍແຈ້ງມາຍັງສະມາຊິກພາຍໃນສະມາຄົມ ແລະ ໝູ່ເພື່ອນຊາບວ່າ: ໃນສະພາບການທີ່ທົ່ວໂລກພວມປະເຊີນໜ້າກັບວິກິດການລະບາດ ໂຄວິດ-19, ສໍາລັບສປປ.ລາວເຮົາ ກໍ່ໄດ້ປະກາດການຕິດເຊື້ອຈໍານວນໜຶ່ງ ເຊິ່ງຄະນະສະເພາະກິດລັດຖະບານ, ພ້ອມທີມງານແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ກໍ່ໄດ້ສຸມທຸກກໍາລັງແຮງ ເພື່ອສະກັດກັ້ນ ແລະ ກັນການແຜ່ລະບາດ, ພ້ອມທັງເອົົາໃຈໃສ່ປິ່ນປົວຜູ້ຕິດເຊື້ອ ໃນສະຖານການປິ່ນປົວຕ່າງໆ.

ທາງສະມາຄົມຮັບຊາບມາວ່າ ທີມແພດທີ່ເຂົ້າໄປປິ່ນປົວ ແມ່ນຜັດປ່ຽນກັນເປັນທີມ, ເຂົ້າຕິດຕາມປິ່ນປົວ ທີມລະ 1 ອາທິດ ໝົດມື້ໝົດຄືນ, ຫຼັງຈາກອາທິດໜຶ່ງແລ້ວ ກໍ່ເຂົ້າສະຖານທີ່ກັກກັນອີກ 14 ວັນ, ລວມທັງໝົດ ຢ່າງໜ້ອຍ 21 ວັນ ທີ່ຕ້ອງຫ່າງໄກຄອບຄົວ ແລະ ບໍ່ໄດ້ອອກໄປໃສ, ພ້ອມທັງ ເກີດມີຄ່າໃຊ້ຈ່າຍຕ່າງໆ ສໍາລັບໂຮງໝໍ, ແພດໝໍ ແລະ ເຈົ້າໜ້າທີ່ຕ່າງໆ.

ດ້ວຍເຫດນີ້, ສະມາຄົມພວກເຮົາ ໄດ້ຕົກລົງກັນ ລະດົມທຶນພາຍໃນສະມາຊິກ ແລະ ໝູ່ເພື່ອນ ເພື່ອນຳໄປສົມທົບທຶນໃຫ້ກັບກອງທຶນຂອງຄະນະສະເພາະກິດຂອງລັດຖະບານ, ເປັນການປະກອບສ່ວນໃຫ້ສາມາດ ຈັດສັນ-ຈັດຊື້ ສິ່ງທີ່ຈຳເປັນ ແລະ ເລັ່ງດ່ວນ ໃຫ້ແກ່ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ປະຈໍາການຢູ່ດ້ານໜ້າ ຕ້ານໄພ ໂຄວິດ-19.

ການລະດົມທຶນຄັ້ງນີ້ ຈະດໍາເນີນໄປຈົນເຖິງ ວັນທີ 20 ເມສາ 2020. ຫຼັງຈາກນັ້ນ ຈະໄດ້ສົ່ງມອບໃຫ້ຄະນະສະເພາະກິດ ເພື່ອດໍາເນີນການຕາມຈຸດປະສົງຂ້າງເທິງ. ອີກເທື່ອໜຶ່ງ ໃນນາມປະທານສະມາຄົມ ຂໍເຊີນຊວນສະມາຊິກສະມາຄົມອາດີດນັກສຶກສາຈາກຍີ່ປຸ່ນ ຊ່ວຍປະກອບສ່ວນຕາມແຮງຂອງຕົນ ພ້ອມທັງຊ່ວຍລະດົມໝູ່ຄູ່ ຄົນຮູ້ຈັກ ຊ່ວຍປະກອບສ່ວນ ຮ່ວມແຮງຮ່ວມໃຈ ຕ້ານໄພໂຄວິດ ຄັ້ງນີ້ຮ່ວມກັນດ້ວຍ.

ຮ່ວມແຮງ ຮ່ວມໃຈ ຕ້ານໄພ ໂຄວິດ-19

ຮ່ວມແຮງ ຮ່ວມໃຈ ຕ້ານໄພ ໂຄວິດ-19

ສະມາຄົມອະດີດນັກສຶກສາລາວ ຈາກປະເທດຍີ່ປຸ່ນ (JAOL)